ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ຕ້ອນຮັບ
ຄະນະສິລະປະດົນຕີກອງທັບປົດປ່ອຍປະຊາຊົນຈີນ


     ວັນທີ 1 ທັນວາ 2023 ນີ້, ສະຫາຍ ພົນຈັດຕະວາ ພູມີ ດາລາເພັດ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນລາວ ພ້ອມ
ຄະນະ ໄດ້ຕ້ອນຮັບຄະນະສິລະປະກອນກອງທັບປົດປ່ອຍປະຊາຊົນຈີນ ເຊິ່ງນໍາໂດຍ ສະຫາຍ ພັນເອກພິເສດ ຈາງຈານມິນ ຮອງຫົວໜ້າ
ຫ້ອງເສນາທິການທະຫານປ້ອງກັນນະຄອນຫຼວງປັກກິ່ງກອງທັບປົດປ່ອຍປະຊາຊົນຈີນ ພ້ອມຄະນະ ທີ່ເດີນທາງມາຢ້ຽມຢາມ ແລະ ສະ
ແດງມິດຕະພາບ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ໃນລະຫວ່າງວັນທີ 1-11 ທັນວາ 2023 ນີ້.

     ສະຫາຍ ພົນຈັດຕະວາ ພູມີ ດາລາເພັດ ກໍໄດ້ກ່າວສະແດງຄວາມຍີນດີຕ້ອນຮັບສະຫາຍ ສະຫາຍ ພັນເອກພິເສດ ຈາງຈານມິງ ພ້ອມ
ຄະນະ ທີ່ເດີນທາງມາຢ້ຽມຢາມ ແລະ ສະແດງມິດຕະພາບ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີໃນຄັ້ງນີ້,
ເຊິ່ງປະກອບສ່ວນອັນສໍາຄັນເຂົ້າໃນການສ້າງບັນຍາກາດອັນເບີກບານມ່ວນຊື່ນ ເນື່ອງໃນໂອກາດທີ່ທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນ
ລາວ ພວມລະນຶກວັນສະຖາປະນາ ສປປ ລາວ ຄົບຮອບ 48 ປີ ແລະ ຫ້າງຫາກະກຽມ ໃຫ້ແກ່ການຈັດຕັ້ງສະເຫຼີມສະຫຼອງວັນສ້າງຕັ້ງກອງ
ທັບປະຊາຊົນລາວ ຄົບຮອບ 75 ປີ. ພ້ອມດຽວກັນນັ້ນ, ກໍ່ເປັນການປຸກລະດົມກຳລັງໃຈອັນໃຫຍ່ຫຼວງໃຫ້ແກ່ພະນັກງານ, ນັກຮົບທົ່ວກຳລັງ
ປະກອບອາວຸດ ແລະ ປະຊາຊົນລາວບັນດາເຜົ່າ ແລະ ເປັນການ ແລກປ່ຽນທາງດ້ານວັດທະນະທຳ, ສິລະປະວັນນະຄະດີ ແລະ ເປັນການທະ
ນຸຖະໜອມ, ເພີ່ມພູນຄູນສ້າງຄວາມສາມັກຄີ, ສາຍພົວພັນມິດຕະພາບ, ຄູ່ຮ່ວມສະຕາກຳ, ໝັ້ນຄົງ, ຍາວນານລະຫວ່າງສອງຊາດ, ສອງກອງ
ທັບ ລາວ-ຈີນ ໃຫ້ນັບມື້ແໜ້ນແໝ້ນຍິ່ງໆຂຶ້ນ.

     ໂອກາດນີ້, ສະຫາຍ ພັນເອກພິເສດ ຈາງຈານມິງ ກໍໄດ້ກ່າວສະແດງຄວາມຂອບໃຈຕໍ່ ສະຫາຍ ຮອງຫົວໜ້າກົມໃຫຍ່ການເມືອງກອງ
ທັບປະຊາຊົນລາວ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນເຕັມໄປດ້ວຍໄມຕີຈິດມິດຕະພາບ, ສາມັກຄີຮັກແພງອັນສະໜິດສະໜົມ ແລະ ພ້ອມ
ທັງໄດ້ລາຍງານເຖິງການຫ້າງຫາກະກຽມຂອງການເດີນມາຢ້ຽມຢາມ ແລະ ສະແດງມິດຕະພາບຢູ່ ສປປ ລາວ ຂອງຄະນະໃນຄັ້ງນີ້ ກໍເພື່ອ
ສືບຕໍ່ຈັດຕັ້ງຜັນຂະຫຍາຍໝາກຜົນການພົວພັນຮ່ວມມືຂອງສອງກອງທັບໃຫ້ປະກົດຜົນເປັນຈິງ.

ແຫຼ່ງຂ່າວໂດຍ ຂກທ
ວັນທີ 05/12/2023